ເຊື່ອວ່າຫຼາຍຄົນທີ່ໃຊ້ Windows ມາຕະຫຼອດຊີວິດ ຄົງຈະມີຄຳຖາມໃນໃຈວ່າ "MacBook ມັນດີແທ້ບໍ່? ຫຼື ແຄ່ລາຄາແພງຊື່ໆ?" ຂ້ອຍເອງກໍເຄີຍຄິດແບບນັ້ນ ຈົນກະທັ້ງໄດ້ຕັດໃຈທຸບກະປຸກອອມສິນ ຖອຍ MacBook Pro ມາລອງໃຊ້ເບິ່ງ.
ຫຼັງຈາກຜ່ານການໃຊ້ງານມາໄລຍະໜຶ່ງ ໃນຖານະຄົນເຮັດວຽກໄອທີ ແລະ ຂຽນໂປຣແກຣມ ມື້ນີ້ LaoTechGuru ຂໍມາລີວິວແບບບໍ່ອວຍ ວ່າອັນໃດດີ ອັນໃດຍາກ ສໍາລັບມືໃໝ່ຫັດໃຊ້ Mac:
ສິ່ງທີ່ "ວ້າວ" ສຸດໆ (ຂໍ້ດີ) 👍
Trackpad: ລືມເມົ້າໄປໄດ້ເລີຍ! Trackpad ຂອງ Mac ມັນລື່ນ ແລະ ສະຫຼາດຫຼາຍ. ໃຊ້ນິ້ວປັດໄປມາເພື່ອປ່ຽນໜ້າຈໍ, ຊູມເຂົ້າອອກ ໄດ້ດັ່ງໃຈນຶກ. ບອກເລີຍວ່າ Windows ຍັງເຮັດໄດ້ບໍ່ດີເທົ່າ.
ແບັດເຕີຣີທີ່ອຶດຈົນຕົກໃຈ: ດ້ວຍພະລັງຂອງຊິບ Apple Silicon (M Series) ເຮັດໃຫ້ເຮົາສາມາດຫິ້ວເຄື່ອງໄປນັ່ງເຮັດວຽກຢູ່ຮ້ານກາເຟໄດ້ໝົດມື້ ໂດຍບໍ່ຕ້ອງພົກສາຍສາກ. ມັນປະຢັດໄຟແຮງ ແລະ ເຄື່ອງບໍ່ຮ້ອນເລີຍ.
ຈໍພາບຄົມຊັດ: ໜ້າຈໍຂອງ MacBook Pro ມັນສວຍງາມ ແລະ ສີຕົງເປະ. ໃຜທີ່ເຮັດວຽກກຣາຟິກ ຫຼື ຕັດຕໍ່ວິດີໂອ ຈະຮັກມັນທັນທີ.
ຖືກໃຈສາຍ Dev: ລະບົບ macOS ມັນມີພື້ນຖານມາຈາກ UNIX (ຄືກັນກັບ Linux). ການໃຊ້ Terminal ຫຼື ການລົງ Tools ສໍາລັບຂຽນໂປຣແກຣມ (Coding) ມັນສະດວກ ແລະ ງ່າຍກວ່າ Windows ຫຼາຍ.
ສິ່ງທີ່ຕ້ອງ "ປັບໂຕ" ຢ່າງໜັກ (ຂໍ້ສັງເກດ) 👎
ປຸ່ມ Ctrl vs Cmd: ນີ້ຄືຄວາມຫາຍະນະໃນອາທິດທຳອິດ! ເຄີຍກົດ
Ctrl+C,Ctrl+Vມາຕະຫຼອດຊີວິດ ຕ້ອງປ່ຽນມາໃຊ້Command+C,Command+V. ບອກເລີຍວ່ານິ້ວພັນກັນວິນຫົວໄປໝົດ.ການຈັດການໜ້າຕ່າງ: Windows ມີລະບົບ Snap (ລາກໄປຕິດຂອບຈໍແລ້ວແບ່ງເຄິ່ງ) ທີ່ດີກວ່າ. ໃນ Mac ອາດຕ້ອງໂຫຼດແອັບເສີມມາຊ່ວຍ ຈຶ່ງຈະເຮັດວຽກຫຼາຍໜ້າຈໍໄດ້ສະດວກ.
ລາຄາ ແລະ ອຸປະກອນເສີມ: ໂຕເຄື່ອງວ່າແພງແລ້ວ ອຸປະກອນເສີມແຮ່ງແພງກວ່າ. ຢາກຕໍ່ຈໍ HDMI ຫຼື ສຽບ USB ທຳມະດາ ກໍຕ້ອງຊື້ Dongle (Hub) ມາຕໍ່ເພີ່ມ ພົກພະອຸງພະອັງໜ້ອຍໜຶ່ງ.
ສະຫຼຸບ: ຄຸ້ມຄ່າທີ່ຈະຍ້າຍບໍ່? ຖ້າທ່ານເປັນ "ນັກຮຽນ, Programmer, Graphic Designer ຫຼື Content Creator" ທີ່ຕ້ອງການຄອມພິວເຕີທີ່ສະຖຽນ, ຈໍງາມ, ແບັດອຶດ ແລະ ໃຊ້ໄດ້ຍາວໆ 4-5 ປີ... MacBook ຄືຄຳຕອບທີ່ຄຸ້ມຄ່າການລົງທຶນ.
ແຕ່ຖ້າທ່ານເປັນ "Gamer (ສາຍເກມ)" ຫຼື ວຽກຂອງທ່ານຕ້ອງໃຊ້ໂປຣແກຣມສະເພາະທາງທີ່ມີແຕ່ໃນ Windows (ເຊັ່ນ: ໂປຣແກຣມບັນຊີບາງໂຕ)... ຢູ່ກັບ Windows ຄືເກົ່າ ຈະມີຄວາມສຸກກວ່າ!