ໂປຣແກຣມ & ເຄື່ອງມື

5 ເວັບໄຊ "ເທບ" ທີ່ຄົນໄອທີມັກໃຊ້ ຊ່ວຍເຄຼຍວຽກຍາກ ໃຫ້ເປັນເລື່ອງງ່າຍ (ໃຊ້ຟຣີ ບໍ່ຕ້ອງງໍ້ໂປຣແກຣມ)

5 ເວັບໄຊ

ເຄີຍເຈິບັນຫາແບບນີ້ບໍ່? ຢາກແກ້ໄຂໄຟລ໌ PDF ແຕ່ບໍ່ມີໂປຣແກຣມ, ຢາກລຶບພື້ນຫຼັງຮູບພາບແຕ່ໃຊ້ Photoshop ບໍ່ເປັນ, ຫຼື ຢາກສົ່ງໄຟລ໌ງານໃຫຍ່ໆໃຫ້ລູກຄ້າ ແຕ່ສົ່ງຜ່ານ WhatsApp ບໍ່ໄປ.

ບັນຫາພວກນີ້ຈະໝົດໄປ ເພາະມື້ນີ້ LaoTechGuru ໄດ້ຄັດເອົາ 5 ເວັບໄຊເຄື່ອງມືສາມັນປະຈຳບ້ານ ທີ່ຄວນ Bookmark ເກັບໄວ້ໃນ Browser ດຽວນີ້ເລີຍ:

1. iLovePDF.com (ຈົບທຸກເລື່ອງ PDF)

ຍົກໃຫ້ເປັນພະເອກຕະຫຼອດການ. ໃຜທີ່ມີບັນຫາຢາກແປງໄຟລ໌ PDF ເປັນ Word, ຢາກລວມໄຟລ໌ PDF ຫຼາຍອັນເຂົ້າກັນ, ຫຼື ຢາກແຍກໜ້າ PDF. ເວັບນີ້ເຮັດໄດ້ໝົດທຸກຢ່າງ ງ່າຍໆພຽງແຕ່ລາກໄຟລ໌ລົງໄປ ບໍ່ຕ້ອງສະໝັກສະມາຊິກ ແລະ ຮອງຮັບພາສາລາວໄດ້ດີພໍສົມຄວນ.

  • ເໝາະສຳລັບ: ນັກຮຽນ ແລະ ວຽກເອກະສານທຸກປະເພດ.

2. Remove.bg (ລຶບພື້ນຫຼັງຮູບພາບ ພາຍໃນ 3 ວິນາທີ)

ລືມການນັ່ງຈິ້ມ Photoshop ເພື່ອຕັດຂອບຮູບໄປໄດ້ເລີຍ. ພຽງແຕ່ອັບໂຫຼດຮູບເຂົ້າເວັບນີ້ AI ຈະທຳການລຶບພື້ນຫຼັງ (Background) ອອກໃຫ້ແບບນຽນໆ ເຫຼືອແຕ່ໂຕຄົນ ຫຼື ວັດຖຸ. ເອົາໄປເຮັດສະໄລດ໌ ຫຼື ໃສ່ໃນໂປຣສເຕີໄດ້ທັນທີ.

  • ເໝາະສຳລັບ: ວຽກອອກແບບ, ເຮັດບົດນຳສະເໜີ (Presentation).

3. WeTransfer.com (ສົ່ງໄຟລ໌ຍັກໃຫຍ່ ທາງອີເມວ)

Gmail ສົ່ງໄຟລ໌ໄດ້ບໍ່ເກີນ 25MB, WhatsApp ກໍມັກຈະຫຼຸດຄຸນນະພາບຮູບ. ຖ້າຢາກສົ່ງງານກຣາຟິກ ຫຼື ວິດີໂອທີ່ມີຂະໜາດໃຫຍ່ (ໄດ້ສູງສຸດ 2GB) ໃຫ້ລູກຄ້າ ຫຼື ໝູ່ເພື່ອນ ຕ້ອງໃຊ້ເວັບນີ້. ອັບໂຫຼດແລ້ວສົ່ງເປັນ Link ໃຫ້ຜູ້ຮັບໂຫຼດໄດ້ເລີຍ ປອດໄພ ແລະ ໄວວາ.

  • ເໝາະສຳລັບ: ສາຍຕັດຕໍ່, ສາຍກຣາຟິກ.

4. Fast.com (ເຊັກຄວາມໄວເນັດ ແບບບໍ່ມີໂຄສະນາ)

ເນັດຊ້າ, ເນັດຫຼຸດ ຫຼື ເປັນນຳ WiFi? ຢ່າເດົາສຸ່ມ. ເຂົ້າເວັບນີ້ຂອງ Netflix ເພື່ອກວດສອບຄວາມໄວອິນເຕີເນັດຕົວຈິງໃນຂະນະນັ້ນ. ໜ້າເວັບລຽບງ່າຍ ບໍ່ມີໂຄສະນາຮົກຕາຄືເວັບອື່ນ.

  • ເໝາະສຳລັບ: ທຸກຄົນທີ່ໃຊ້ອິນເຕີເນັດ.

5. Canva.com (ໃຜໆກໍເປັນກຣາຟິກດີໄຊເນີໄດ້)

ຖ້າເຈົ້າບໍ່ແມ່ນມືອາຊີບ ແຕ່ຕ້ອງເຮັດຮູບລົງ Facebook, ເຮັດ Resume ສະໝັກວຽກ ຫຼື ເຮັດ Slide ງາມໆ. Canva ມີ Template ສຳເລັດຮູບໃຫ້ເລືອກເປັນໝື່ນໆແບບ ພຽງແຕ່ປ່ຽນຮູບ ປ່ຽນໂຕໜັງສື ກໍໄດ້ຜົນງານລະດັບໂປຣ.

  • ເໝາະສຳລັບ: ວຽກການຕະຫຼາດ, ຂາຍເຄື່ອງອອນລາຍ, ນັກສຶກສາ.


ສະຫຼຸບ: ເຄື່ອງມືດີ ມີໄຊໄປກວ່າເຄິ່ງ. ການຮູ້ຈັກເວັບໄຊເຫຼົ່ານີ້ຈະຊ່ວຍຫຼຸດເວລາການເຮັດວຽກຂອງເຈົ້າລົງໄດ້ຫຼາຍໂຂ ໂດຍທີ່ບໍ່ຕ້ອງເສຍເງິນຊື້ໂປຣແກຣມແພງໆ ຫຼື ສ່ຽງລົງໂປຣແກຣມເຖື່ອນເລີຍ. ລອງເຂົ້າໄປຫຼິ້ນເບິ່ງເດີ້!

ແບ່ງປັນບົດຄວາມນີ້:

ສະແດງຄວາມຄິດເຫັນ