ເຄີຍສັງເກດບໍ່? ຄອມພິວເຕີທີ່ເຮົາໃຊ້ທຸກມື້ ທັງຝຸ່ນຈັບ, ຮອຍນິ້ວມືເຕັມໜ້າຈໍ ແລະ ບາງເທື່ອມີເສດເຂົ້າໜົມຕົກໃສ່ຄີບອດອີກ. ນອກຈາກຈະເບິ່ງເປື້ອນແລ້ວ ມັນຍັງເປັນແຫຼ່ງສະສົມເຊື້ອພະຍາດຊັ້ນດີ!
ແຕ່ດຽວກ່ອນ... ຖ້າທ່ານກຳລັງຈະຍ່າງໄປຈັບເອົາ "ເຈ້ຍທິດຊູ" ຫຼື "ຜ້າຂົນໜູຊຸບນ້ຳ" ມາເຊັດ. ຢຸດດຽວນີ້! ເພາະນັ້ນຄືວິທີທີ່ຈະເຮັດໃຫ້ໜ້າຈໍລາຄາແພງຂອງທ່ານເກີດຮອຍຂີດຂ່ວນ ແລະ ເປື່ອຍໄດ້.
ມື້ນີ້ LaoTechGuru ຈະມາແນະນຳຂັ້ນຕອນການອະນາໄມ Notebook ແລະ ຈໍຄອມ ໃຫ້ໃສກິ້ງຄືໃໝ່ ຢ່າງປອດໄພ:
1. ປິດເຄື່ອງໃຫ້ດັບສະນິດກ່ອນ
ກ່ອນຈະເຊັດ ໃຫ້ Shutdown ເຄື່ອງ ແລະ ຖອດສາຍສາກອອກ. ການປິດໜ້າຈໍໃຫ້ມືດ ຈະຊ່ວຍໃຫ້ເຮົາເຫັນຮອຍເປື້ອນ ແລະ ຝຸ່ນໄດ້ຊັດເຈນກວ່າຕອນຈໍແຈ້ງ.
2. ຜ້າທີ່ໃຊ້ ຕ້ອງແມ່ນ "Microfiber" ເທົ່ານັ້ນ
ຢ່າໃຊ້ເຈ້ຍທິດຊູ ເພາະເນື້ອເຈ້ຍມັນຫຍາບ (ເບິ່ງດ້ວຍຕາເປົ່າບໍ່ເຫັນ) ມັນຈະບາດໜ້າຈໍໃຫ້ເປັນຮອຍຂົນແມວ.
ແນະນຳ: ໃຫ້ໃຊ້ຜ້າໄມໂຄຣໄຟເບີ (Microfiber) ແບບດຽວກັບທີ່ແຖມມານຳແວ່ນຕາ. ເນື້ອຜ້າມັນລະອຽດ ເກັບຝຸ່ນດີ ແລະ ບໍ່ເຮັດໃຫ້ຈໍເປັນຮອຍ.
3. ຢ່າສີດນ້ຳຢາໃສ່ຈໍໂດຍກົງ! 🚫
ນີ້ຄືຂໍ້ຫ້າມເດັດຂາດ. ການສີດນ້ຳໃສ່ຈໍ ນ້ຳອາດຈະໄຫຼຊຶມເຂົ້າໄປໃນຂອບຈໍ ເຮັດໃຫ້ວົງຈອນຊັອດ ແລະ ຈໍເສຍໄດ້ເລີຍ.
ວິທີທີ່ຖືກ: ໃຫ້ສີດນ້ຳຢາ (ຫຼື ນ້ຳສະອາດໜ້ອຍນຶ່ງ) ໃສ່ຜ້າ ໃຫ້ພໍຊຸ່ມໆ ແລ້ວຈຶ່ງເອົາຜ້າໄປເຊັດຈໍ ເບົາໆ ວົນເປັນວົງມົນ.
4. ຈັດການຄີບອດ (Keyboard)
ຄີບອດຄືບ່ອນທີ່ເປື້ອນທີ່ສຸດ.
ໃຫ້ອ່ຽງເຄື່ອງ ຫຼື ຄວ້ຳລົງເລັກນ້ອຍ ແລ້ວເຄາະເບົາໆ ຫຼື ໃຊ້ "ລົມເປົ່າ" (Blower) ເປົ່າເສດຝຸ່ນອອກມາ.
ຈາກນັ້ນໃຊ້ຜ້າຜືນເກົ່າ (ທີ່ຊຸບນ້ຳຢາຂ້າເຊື້ອໄດ້) ເຊັດຕາມປຸ່ມກົດ ເພື່ອຂ້າເຊື້ອໂລກຈາກນິ້ວມືເຮົາ.
ຂໍ້ຄວນລະວັງ: ຫຼີກລ່ຽງການໃຊ້ນ້ຳຢາເຊັດແວ່ນຕາ ຫຼື ນ້ຳຢາທີ່ມີສ່ວນປະສົມຂອງ Alcohol ຫຼື Ammonia ເຊັດໜ້າຈໍຄອມ ໂດຍສະເພາະຈໍທີ່ເຄືອບສານກັນແສງສະທ້ອນ (Anti-glare) ເພາະມັນຈະກັດສານເຄືອບຈົນຈໍດ່າງໄດ້. ໃຊ້ນ້ຳສະອາດດີທີ່ສຸດ!