ເຄີຍເຈິເຫດການແບບນີ້ບໍ່? ຕ້ອງເຮັດບົດລາຍງານກຸ່ມ ຫຼື ເຮັດວຽກຮ່ວມກັບທີມງານ ແລ້ວຕ້ອງສົ່ງໄຟລ໌ Word ໄປທາງອີເມວ ຫຼື WhatsApp. ພໍໝູ່ແກ້ໄຂແລ້ວກໍສົ່ງກັບມາເປັນ File_v1.docx, File_v2.docx, File_Final.docx, File_Final_Ti_Sud.docx... ສຸດທ້າຍງົງວ່າອັນໃດຄືອັນລ່າສຸດກັນແທ້?
ບັນຫານີ້ແກ້ໄດ້ງ່າຍໆ ຖ້າທ່ານໃຊ້ Google Drive (Google Docs/Sheets) ເປັນ. ມື້ນີ້ LaoTechGuru ຈະພາທ່ານມາປ່ຽນວິທີເຮັດວຽກ ໃຫ້ທັນສະໄໝ ແລະ ວ່ອງໄວກວ່າເກົ່າ:
1. ຢ່າແນບໄຟລ໌... ໃຫ້ໃຊ້ປຸ່ມ "Share"
ແທນທີ່ຈະກົດ Save ລົງເຄື່ອງແລ້ວສົ່ງໄຟລ໌ໃຫ້ໝູ່, ໃຫ້ເປີດເອກະສານນັ້ນໃນ Google Docs ຫຼື Sheets ແລ້ວກົດປຸ່ມ "Share" (ແບ່ງປັນ) ສີຟ້າຢູ່ມຸມຂວາເທິງ.
ພິມ Email ຂອງໝູ່ລົງໄປ ແລ້ວເລືອກສິດທິໃຫ້ເຂົາເປັນ "Editor" (ສາມາດແກ້ໄຂໄດ້). ພຽງເທົ່ານີ້ ໝູ່ກໍຈະເຂົ້າມາພິມງານໃນໜ້າດຽວກັນກັບເຮົາໄດ້ເລີຍ.
2. ເຮັດວຽກພ້ອມກັນແບບ Real-time
ຄວາມເຈ໋ງຂອງມັນຄື ເຮົາສາມາດເຫັນ "Cursor" (ໂຕກະພິບ) ຂອງໝູ່ໄດ້ເລີຍວ່າກຳລັງພິມຢູ່ແຖວໃດ.
ບໍ່ຕ້ອງຖ້າໃຫ້ໝູ່ເຮັດແລ້ວ ຈຶ່ງສົ່ງມາ.
ສາມາດຊ່ວຍກັນພິມຄົນລະຫົວຂໍ້ພ້ອມກັນໄດ້ ເຮັດໃຫ້ວຽກແລ້ວໄວຂຶ້ນຫຼາຍເທົ່າ!
3. ພິມຜິດ ກູ້ຄືນໄດ້ (Version History)
ຫຼາຍຄົນຢ້ານວ່າ "ຖ້າໝູ່ລຶບຂໍ້ຄວາມທີ່ເຮົາພິມໄວ້ຈະເຮັດແນວໃດ?". ບໍ່ຕ້ອງຫ່ວງ! Google ເກັບປະຫວັດການແກ້ໄຂໄວ້ໝົດ.
ວິທີເບິ່ງ: ກົດທີ່ເມນູ
File>Version history>See version history.ມັນຈະໂຊຂຶ້ນມາເລີຍວ່າ ໃຜເຂົ້າມາແກ້ຫຍັງ ຕອນຈັກໂມງ ແລະ ສາມາດກົດ Restore ຍ້ອນເວລາກັບໄປກ່ອນໜ້ານັ້ນໄດ້ຄືກັບ Time Machine.
4. ໃຊ້ Comment ສັ່ງວຽກແທນການໂທ
ຖ້າເຫັນຈຸດຜິດ ຢ່າລຶບຂອງໝູ່ໂລດ. ໃຫ້ລາກແຖບສີ (Highlight) ໃສ່ຂໍ້ຄວາມນັ້ນ ແລ້ວກົດປຸ່ມ + ທາງຂວາມື ເພື່ອພິມ Comment.
ໝູ່ຈະເຫັນຂໍ້ຄວາມແຈ້ງເຕືອນ ແລະ ມາແກ້ໄຂຈຸດນັ້ນໄດ້ຖືກຕ້ອງ.
ສະຫຼຸບ: ການໃຊ້ Google Drive ບໍ່ແມ່ນພຽງແຕ່ບ່ອນຝາກໄຟລ໌ ແຕ່ມັນຄື "ຫ້ອງເຮັດວຽກອອນລາຍ" ທີ່ດີທີ່ສຸດ. ລອງປ່ຽນມາໃຊ້ເບິ່ງ ແລ້ວເຈົ້າຈະລືມການພົກ USB ຫຼື ການສົ່ງອີເມວຫຼາຍໆສະບັບໄປເລີຍ. ທີ່ສຳຄັນຄື ໃຊ້ຟຣີ!