ເຈົ້າເປັນຄົນໜຶ່ງບໍ່ ທີ່ມືໜຶ່ງຈັບເມົ້າ (Mouse) ອີກມືໜຶ່ງຈິ້ມແປ້ນພິມ? ຮູ້ບໍ່ວ່າການຍົກມືອອກຈາກແປ້ນພິມໄປຈັບເມົາຕະຫຼອດເວລາ ເຮັດໃຫ້ເຮົາເສຍເວລາເຮັດວຽກໄປຫຼາຍໂດຍບໍ່ຮູ້ໂຕ.
ມື້ນີ້ LaoTechGuru ຂໍແນະນຳ 5 ປຸ່ມລັດເທິງຄີບອດ (Keyboard) ທີ່ຄົນໄອທີນິຍົມໃຊ້ ແຕ່ຫຼາຍຄົນອາດຈະຍັງບໍ່ຮູ້. ຮັບຮອງວ່າຖ້າຈື່ໄດ້ ຊີວິດການເຮັດວຽກຈະງ່າຍຂຶ້ນຫຼາຍ:
1. Windows + Shift + S (ແຄັບໜ້າຈໍແບບມືໂປຣ)
ລືມປຸ່ມ PrtSc ແບບເກົ່າໄປໄດ້ເລີຍ. ປຸ່ມນີ້ຈະເປີດເຄື່ອງມື Snipping Tool ຂຶ້ນມາ ໃຫ້ເຮົາ "ລາກເລືອກ" ເຂດທີ່ຈະແຄັບໜ້າຈໍໄດ້ທັນທີ ຈະເອົາແຕ່ບາງສ່ວນ ຫຼື ເອົາເຕັມຈໍກໍໄດ້ ໂດຍບໍ່ຕ້ອງໄປຕັດຮູບອີກໃຫ້ເສຍເວລາ.
ວິທີໃຊ້: ກົດ
Win + Shift + S> ລາກເມົ້າເລືອກບ່ອນທີ່ຈະແຄັບ > ກົດCtrl + Vເພື່ອວາງໃສ່ແຊັດ ຫຼື Word ໄດ້ເລີຍ.
2. Windows + V (Clipboard ຄວາມຈຳດີ)
ເຄີຍບໍ່? ກັອບປີ້ຂໍ້ຄວາມໃໝ່ ແຕ່ດັນລືມວ່າຂໍ້ຄວາມເກົ່າຍັງບໍ່ໄດ້ວາງ (Paste) ເຮັດໃຫ້ຕ້ອງກັບໄປກັອບປີ້ໃໝ່. ປຸ່ມນີ້ຈະເປີດ "ປະຫວັດການກັອບປີ້" ຂຶ້ນມາ ໃຫ້ເຮົາເລືອກຍ້ອນຫຼັງໄດ້ວ່າຈະວາງຂໍ້ຄວາມໂຕໃດ.
ວິທີໃຊ້: ກົດ
Win + V(ຖ້າໃຊ້ເທື່ອທຳອິດ ມັນຈະຖາມໃຫ້ເປີດ Turn on ກ່ອນ).
3. Windows + D (ຫຼົບນາຍ/ເຄລຍໜ້າຈໍ)
ກຳລັງເປີດເຟສບຸກ ຫຼື ເບິ່ງ YouTube ຢູ່ ແລ້ວຫົວໜ້າຍ່າງຜ່ານມາ! ຫຼື ເປີດໂປຣແກຣມຄ້າງໄວ້ເຕັມຈໍຈົນລາຍຕາ. ກົດປຸ່ມນີ້ປຸບ ທຸກໂປຣແກຣມຈະຖືກພັບລົງໝົດ ໂຊໜ້າ Desktop ໂລ່ງໆທັນທີ.
ວິທີໃຊ້: ກົດ
Win + Dເພື່ອພັບລົງໝົດ, ກົດຊ້ຳອີກເທື່ອໜຶ່ງເພື່ອເປີດກັບຄືນມາ.
4. Windows + L (ລັອກໜ້າຈໍທັນທີ)
ຄວາມປອດໄພສຳຄັນທີ່ສຸດ. ເວລາຈະລຸກໄປເຂົ້າຫ້ອງນ້ຳ ຫຼື ໄປກິນເຂົ້າ ຢ່າເປີດຄອມຖິ້ມໄວ້ໃຫ້ໃຜມາແອບເບິ່ງຂໍ້ມູນ.
ວິທີໃຊ້: ກົດ
Win + Lເຄື່ອງຈະລັອກກັບໄປໜ້າໃສ່ລະຫັດຜ່ານທັນທີ (Lock Screen).
5. Windows + . (ໃສ່ Emoji ງ່າຍໆ) 😋
ຢາກພິມອີເມວ ຫຼື ແຊັດ ໃຫ້ເບິ່ງເປັນກັນເອງຂຶ້ນ ແຕ່ຫາປຸ່ມ Emoji ບໍ່ເຫັນ? ໃນ Windows ກໍມີໃຫ້ໃຊ້ຄືກັບໃນມືຖືເດີ້.
ວິທີໃຊ້: ກົດປຸ່ມ
Windowsຄ້າງໄວ້ ແລ້ວກົດປຸ່ມ.(ຈ້ຳເມັດ) ຈະມີໜ້າຕ່າງ Emoji ເດັ້ງຂຶ້ນມາໃຫ້ເລືອກທັນທີ.
ສະຫຼຸບ: ການໃຊ້ຄີລັດ ອາດຈະຮູ້ສຶກບໍ່ຖະນັດໃນຊ່ວງທຳອິດ ແຕ່ລອງຝຶກໃຊ້ມື້ລະປຸ່ມ ສອງປຸ່ມ ຈົນລຶ້ງມື ແລ້ວເຈົ້າຈະພົບວ່າ ເຮົາສາມາດເຮັດວຽກໄດ້ໄວຂຶ້ນຫຼາຍແທ້ໆ. ໃຜມີຄີລັດເດັດໆໂຕອື່ນອີກ ຄອມເມັ້ນບອກ LaoTechGuru ແດ່ເດີ້!