ເຈົ້າເປັນຄົນໜຶ່ງບໍ່? ທີ່ເວລາຕ້ອງສົ່ງ E-mail ພາສາອັງກິດຫາລູກຄ້າ ຫຼື ຫົວໜ້າຕ່າງປະເທດ ຕ້ອງນັ່ງກຸມຫົວເປັນຊົ່ວໂມງ. ພິມໆ ລຶບໆ ເປີດ Google Translate ແລ້ວ ກໍຍັງຢ້ານວ່າ Grammar ຜິດ ຫຼື ໃຊ້ຄຳສັບບໍ່ສຸພາບ.
ປີ 2026 ແລ້ວ! ຢ່າປ່ອຍໃຫ້ພາສາອັງກິດມາຂັດຂວາງຄວາມກ້າວໜ້າ. ມື້ນີ້ LaoTechGuru ຈະພາເຈົ້າໄປໃຊ້ ChatGPT ໃຫ້ເປັນ "ເລຂາສ່ວນໂຕ" ຊ່ວຍຮ່າງຈົດໝາຍໃຫ້ງາມໆ ໂດຍໃຊ້ຄຳສັ່ງ (Prompt) ງ່າຍໆດັ່ງນີ້:
1. ສູດສັ່ງຂຽນ "ຈົດໝາຍສະໝັກວຽກ" (Cover Letter)
ຢາກໄດ້ວຽກດີໆ ພາສາຕ້ອງເປະ.
ຄຳສັ່ງ (Prompt):
"Write a professional cover letter for a [Graphic Designer] position. My name is [Somsak], I have [2 years] of experience and I am good at [Photoshop and Illustrator]."
ແປ: ຂຽນຈົດໝາຍສະໝັກວຽກຕຳແໜ່ງ Graphic Designer ໃຫ້ແດ່. ຂ້ອຍຊື່ ສົມສັກ, ມີປະສົບການ 2 ປີ ແລະ ເກັ່ງ Photoshop.
ຜົນລັຍ: AI ຈະຂຽນຈົດໝາຍອອກມາຍາວຢຽດ ສຸພາບ ແລະ ເບິ່ງເປັນທາງການສຸດໆ. ເຈົ້າພຽງແຕ່ກັອບປີ້ໄປປ່ຽນຂໍ້ມູນສ່ວນໂຕໜ້ອຍໜຶ່ງກໍສົ່ງໄດ້ເລີຍ.
2. ສູດສັ່ງຂຽນ "ຈົດໝາຍລາງານ/ລາພັກ" (Sick Leave)
ຕື່ນມາເຈັບຫົວ ຢາກລາງານແຕ່ບໍ່ຮູ້ຈະບອກຫົວໜ້າແນວໃດໃຫ້ເບິ່ງດີ.
ຄຳສັ່ງ (Prompt):
"Write a polite email to my boss asking for sick leave for [1 day] because I have a [fever]."
ແປ: ຂຽນອີເມວລາປ່ວຍ 1 ມື້ ຢ່າງສຸພາບໃຫ້ແດ່ ເພາະຂ້ອຍເປັນໄຂ້.
3. ສູດ "ແກ້ Grammar" (Grammar Fix)
ຖ້າເຈົ້າພໍຂຽນໄດ້ ແຕ່ຢາກໃຫ້ AI ຊ່ວຍກວດຄວາມຖືກຕ້ອງ.
ຄຳສັ່ງ (Prompt):
"Fix grammar and make this email sound more professional: [ວາງຂໍ້ຄວາມທີ່ເຈົ້າຂຽນເອງລົງໄປ]"
ຜົນລັຍ: ມັນຈະເກົາສຳນວນທີ່ເຮົາຂຽນແບບ "ງູໆປາໆ" ໃຫ້ກາຍເປັນພາສາອັງກິດແບບ native speaker ທັນທີ.
ຂໍ້ຄວນລະວັງ! ⚠️
ຢ່າ Copy ໄປທັງດຸ້ນ: ອ່ານທວນຄືນເບິ່ງກ່ອນສົ່ງທຸກຄັ້ງ ວ່າຊື່, ວັນທີ ແລະ ລາຍລະອຽດຖືກຕ້ອງແລ້ວບໍ່.
ລຶບວົງເລັບອອກໃຫ້ໝົດ: ຢ່າເຜີສົ່ງອີເມວທີ່ມີຄຳວ່າ [Insert Name Here] ໄປຫາຫົວໜ້າເດັດຂາດ ດຽວເຂົາຊິຮູ້ວ່າໃຫ້ AI ຂຽນໃຫ້!